English (United Kingdom)Lao
ຍິນດີຕ້ອນຮັບ ເຂົ້າສູ່ເວບໄຊ ຂອງ ກົມຈັດຕັ້ງ ແລະ ພະນັກງານ
ຝືກອົບຮົມວຽກງານການຄຸ້ມຄອງບຸກຄະລາກອນ PDF Print E-mail
Written by SomOula YAPHICHIT   
Monday, 10 September 2012 15:36

ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່​ຄື ກົມ ຈັດ​ຕັ້ງ ​ແລະ ພະນັກງານ ໄດ້ຈັດ ການຝືກອົບຮົມວຽກງານການຄຸ້ມຄອງບຸກຄະລາກອນ ທົ່ວ​ຂະ​ແຫ​ນງ​ການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຂື້ນ ​ໃນ​ລະຫວ່າງ​ ວັນ​ທີ 4-6 ກັນຍາ 2012 ທີ່ ເມືອງ ​ແກ້ວ​ອຸດົມ ​ແຂວງແຂວງ ວຽງຈັນ. ໂດຍການເປັນປະທານ ກ່າວ​ເປີດ ​ໂດຍ ທ່ານ ອຸ່ນ ຫລ້າ​ສຸ​ກັນ, ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ ກະຊວງ ຊັບພະຍາກອນ ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ເຊິ່ງໃນນັ້ນໄດ້ມີ ພະນັກງານ ຫລັກ​ແຫ​ລ່ງ ຜູ້​ທີ່​ຮັບຜິດຊອບ ວຽກ​ງານ ຈັດ​ຕັ້ງ ​ແລະ ພະນັກງານ ພາຍ​ໃນ ຫ້ອງການ, ກົມ, ກອງ , ສະຖາບັນ ແລະ ສູນ ພາຍໃນ ກຊສ ເຂົ້າຮ່ວມທັງໜົດ 45 ທ່ານ.

Read more...
 
ແຈ້ງການ PDF Print E-mail

ແຈ້ງການ

ຮຽນ: ທ່ານ ຫົວໜ້າ ກົມ, ກອງ, ສູນ, ຫ້ອງການ, ສະຖາບັນ.

ເລື່ອງ: ເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ປະກອບຄຳເຫັນໃສ່ຮ່າງຍຸດທະສາດ ການພັດທະນາບຸກຄະລາກອນ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປີ 2011-2015.

- ອີງຕາມແຜນການ ແລະ ງົບປະມານກອງປະຊຸມປຶກສາຫາລືປະກອບຄຳຄິດຄຳເຫັນໃສ່ຮ່າງຍຸດທະສາດການພັດທະນາສ້າງ ຄວາມເຂັ້ມແຂງ ແລະ ພັດທະນາບຸກຄະລາກອນໃຫ້ແກ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 2326/ກຊສ.ຫກ, ລົງວັນທີ 19 ທັນວາ 2012.

ກົມຈັດຕັ້ງ ແລະ ພະນັກງານກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂໍຖືເປັນກຽດຮຽນມາຍັງທ່ານ ຫົວໜ້າ ກົມ, ກອງ, ສູນ, ຫ້ອງການ, ສະຖາບັນ ເພື່ອເຂົ້າຮ່ວມກອງປະຊຸມປະກອບຄຳເຫັນໃສ່ຮ່າງຍຸດທະສາດ ການພັດທະນາບຸກຄະລາກອນ          ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປີ 2011-2015 ກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນວັນທີ 22 ພຶດສະພາ 2012 ເວລາ 8:30 ໂມງ ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ດັ່ງນັ້ນ, ຈຶ່ງຮຽນເຊີນມາຍັງທ່ານ ເພື່ອເຂົ້າຮ່ວມຕາມວັນເວລາດັ່ງກ່າວດ້ວຍ.

 
ປະຊຸມ PDF Print E-mail
Written by vieng   
Thursday, 24 May 2012 14:15

ຕອນເຊົ້າຂອງວັນທີ 22 ພຶດສະພາ 2012 ກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດປະຊຸມຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 1   ຂອງຫ້ອງການ

ເຊິ່ງເປັນປະທານໂດຍ ຄະນະນຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເຊິ່ງໃນງານທ່ານ ນາງ ບຸນຄຳ ວໍລະຈິດ ຫົວໜ້າກົມຈັດຕັ້ງພະນັກງານໄດ້ສະເໜີຈຸດປະສົງ ແລະ ຄວາມເປັນມາຂອງການຮ່າງແຜນຍຸດທະສາດ ພັດທະນາບຸກຄະລາກອນ ກຊສ ປີ 2011-2012.

ກອງປະຊຸມດຳເນີນມາຮອດເວລາ 16:00 ໂມງ ກໍໄດ້ປິດລົງຢ່າງເປັນທາງການ

Last Updated on Friday, 25 May 2012 11:07